ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະບໍລິຫານງານພັກກົມໃຫຍ່ເສນາທິການກອງທັບ ສະຫຼຸບວຽກງານ ປະຈໍາປີ 2023

     ວັນທີ 27-28 ທັນວາ 2023 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບການນໍາພາ ຂອງຄະນະບໍລິຫານງານ
ພັກ ປະຈໍາປີ 2023 ແລະ ວາງທິດທາງແຜນການ ປີ 2024, ໂດຍການເປັນປະທານ ຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ
ກໍາມະການສູນກາງພັກ, ເລຂາຄະນະພັກກົມໃຫຍ່ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ
ຄະນະປະຈໍາພັກ, ກໍາມະການຄະນະພັກ, ມີສະຫາຍເລຂາ-ຮອງເລຂາໜ່ວຍພັກ ເຂົ້າຮ່ວມ.

     ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ຊີ້ນໍາຕໍ່ກອງປະຊຸມຈາກນັ້ນ ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ຄະນະ
ພັກປະຈໍາພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ໄດ້ຜ່ານບົດສະຫຼຸບ ການນໍາພາຂອງຄະນະບໍລິຫານງານພັກ ປະ
ຈໍາປີ 2023 ແລະ ທິດທາງແຜນການ ປີ 2024, ເຊິ່ງໄດ້ຍົກໃຫ້ເຫັນບັນຫາອັນພົ້ນເດັ່ນຫຼາຍດ້ານ ໂດຍໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍ
ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ, ມະຕິວ່າ
ດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ມາຈັດຕັ້ງປະຕິບັດເຂົ້າສູ່ໜ້າທີ່ວຽກງານຕົວຈິງຂອງກົມກອງ, ດ້ານວຽກງານເຮັດໃຫ້ສະພາບມີ
ຄວາມສະຫງົບ ເຊິ່ງຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ປົກປັກຮັກ
ສາອະທິປະໄຕ ຂອງຊາດໄວ້ຢ່າງຫມັ້ນຄົງ, ແກ້ໄຂຫນໍ່ແໜງ ຄວາມບໍ່ສະຫງົບ ຢູ່ເຂດໃຈກາງ ມີຜົນສໍາເລັດດີພໍສົມຄວນ, ພ້ອມກັນນັ້ນ
ກໍ່ສຸມໃສ່ຊີ້ນໍາບັນດາກົມກອງປ້ອງກັນບັນດາເປົ້າຫມາຍສໍາຄັນ, ປ້ອງກັນແຂກ ພາຍໃນ ແລະ ຕ່າງປະເທດມີຄວາມປອດໄພ, ຄະນະພັກ
ກົມໃຫຍ່ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ໄດ້ຈັດຕັ້ງປາຖະກະຖາ ວັນສໍາຄັນຂອງຊາດ, ຂອງພັກ, ຂອງ
ກອງທັບ, ສ້າງຂະບວນການ ເປີດບັ້ນດໍາເນີນຊີວິດການເມືອງ, ເຂົ້າຮ່ວມແຂ່ງຂັນ ສີນລະປະເຂດ 5 ຢູ່ກອງພົນທີ 1 ແລະ ການແຂ່ງຂັນ
ກິລາກາຍຍະກໍາ ທົ່ວກົມໃຫຍ່ເສນາ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ, ຄະນະພັກກົມໃຫຍ່ເສນາທິການ ໄດ້ປະ
ຕິບັດເຂັ້ມງວດຫຼັກການລວມສູນປະຊາທິປະໄຕ ຂອງພັກ, ເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ຮັກສາລະບອບ
ດໍາເນີນຊີວິດການເມືອງພາຍໃນພັກ, ປະຕິບັດ ລະບອບປະຊຸມສາມັນ, ວິສາມັນ ຂອງຄະນະປະຈໍາພັກ ເເລະ ຄະນະບໍລິຫານງານພັກກົມ
ໃຫຍ່ຢ່າງຖືກຕ້ອງ, ສໍາເລັດກອງປະຊຸມກາງສະໄໝ ຄັ້ງທີ VI ຄະນະພັກກົມໃຫຍ່, ໄດ້ປັບປຸງແຕ່ງຕັ້ງປ່ຽນກໍາມະການຄະນະພັກ 3 ຕໍາ
ແຫນ່ງ, ໄດ້ຊີ້ນໍາບັນດາຮາກຖານພັກຈັດຕັ້ງກອງປະຊຸມທາບທາມບຸກຄະລາກອນລົງສະໝັກຮັບເລືອກຕັ້ງເຂົ້າຄະນະພັກຮາກຖານຮອບ 1
ສໍາເລັດ, ຈັດຕັ້ງຄັດເລືອກຜົນງານ 5 ປີ ຕ້ອນຮັບ 75 ປີ, ສໍາເລັດການກວດກາຕີລາຄາຄຸນນະພາບໜ່ວຍພັກປອດໃສ, ເຂັ້ມເເຂງ, ໜັກ
ແໜ້ນ ປີ 2023, ຈໍານວນໜ່ວຍພັກຮັບການຕີລາຄາ ທັງຫມົດ 135 ໜ່ວຍ, ສະເໜີຮັບຮອງ 113 ໜ່ວຍ, ປັບປຸງການຈັດຕັ້ງນໍາພາຕິດ
ພັນກັບການຈັດຕັ້ງບັນຊາຂັ້ນຕ່າງໆ, ແກ້ໄຂນະໂຍບາຍຕ່າງໆຕາມມະຕິຄະນະປະຈໍາ, ຊີ້ນໍາການສະຫຼຸບຖອດຖອນບົດຮຽນຂະບວນການ
4 ບຸກຂອງ ຊາວຫນຸ່ມ, 3 ດີຂອງ ແມ່ຍິງແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນໄດ້ທັນເວລາ ຈາກນັ້ນບັນສະຫາຍໃນກອງປະຊຸມ ກໍ່
ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບ ການນໍາພາຂອງຄະນະບໍລິຫານງານພັກ ເປີດກ້ວາງປະຈໍາປີ 2023 ແລະ ວາງທິດທາງແຜນ
ການ ປີ 2024, ຢ່າງກົງໄປກົງມາ ພ້ອມທັງຮັບຟັງການໂອ້ລົມ ແລະ ເນັ້ນໜັກຫຼາຍບັນຫາ ຈາກສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ
ກໍາມະການສູນກາງພັກ, ເລຂາຄະນະພັກກົມໃຫຍ່ ອີກດ້ວຍ.

ແຫຼ່ງຂ່າວໂດຍ ພຸດທະວອນ ພົມມະວົງສາ
ວັນທີ 29/12/2023